ກັບຄືນໜ້າຫຼັກ

ປະກາດຮັບສະໝັກສອບເສັງຄັດເລືອກບັນຈຸເຂົ້າເປັນລັດຖະກອນໃໝ່ ປະຈຳປີ 2026 ທີ່ ມະຫາວິທະຍາໄລ ສະຫວັນນະເຂດ

17/11/2026 21:44 22 ຄັ້ງ
Cover Image

ມະຫາວິທະຍາໄລ ສະຫວັນນະເຂດ ຂໍແຈ້ງມາຍັງຜູ້ທີ່ສົນໃຈຊາບວ່າ ທາງມະຫາວິທະຍາໄລ ກຳລັງເປີດຮັບສະໝັກສອບເສັງລັດຖະກອນໃໝ່ ປະຈຳປີ 2026 ໃນສາຂາ IT ແລະ ICT, ວິສະວະກຳສາດ, ວິທະຍາສາດ ແລະ ສາຂາອື່ນໆທີ່ກ່ຽວຂ້ອງ. ຜູ້ສົນໃຈສາມາດຍື່ນຄຳຮ້ອງໄດ້ແຕ່ວັນທີ 17 – 20 ພະຈິກ 2026 ແລະ ສອບເສັງໃນວັນທີ 23 ພະຈິກ 2026. ລາຍລະອຽດເງື່ອນໄຂ, ການສະໝັກອອນລາຍ (QR Code) ແລະ ເບີໂທຕິດຕໍ່ ສາມາດເບິ່ງໄດ້ຕາມເອກະສານແຈ້ງການລຸ່ມນີ້:

1. ວິຊາສະເພາະທີ່ຕ້ອງການ

- ສາຂາວິຊາ: IT ແລະ ICT

- ສາຂາວິຊາ: ວິສະວະກຳສາດ

- ສາຂາວິຊາ: ວິທະຍາສາດ

- ສາຂາວິຊາ ອື່ນໆ ທີ່ກ່ຽວຂ້ອງ

2. ເງື່ອນໄຂຂອງຜູ້ສະໝັກ:

- ເປັນຄົນລາວ ຖືສັນຊາດລາວ ໂດຍກຳເນີດ ຫຼື ຜູ້ທີ່ໄດ້ຮັບສັນຊາດລາວ ແຕ່ 3 ປີຂຶ້ນໄປ;

- ເປັນພົນລະເມືອງດີ, ມີຄຸນສົມບັດ ສິນທຳປະຕິວັດ ແລະ ມີຄວາມສັດຊື່ບໍລິສຸດ;

- ຕ້ອງເປັນຜູ້ທີ່ມັກ-ຮັກອາຊີບຄູ, ມັກການສິດສອນ ແລະ ມີຄວາມອົດທົນສູງຕໍ່ວິຊາສະເພາະ;

- ມີສຸຂະພາບແຂງແຮງສົມບູນ ແລະ ອາຍຸບໍ່ເກີນ 35 ປີ;

- ຮຽນຈົບວິຊາສະເພາະທີ່ຖືກຕ້ອງ ຫຼື ໃກ້ຄຽງກັບວິຊາທີ່ ມະຫາວິທະຍາໄລ ຕ້ອງການ, ມີໃບຢັ້ງຢືນການຮຽນຈົບ ແລະ ໃບປະກາສະນີຍະບັດ ລະດັບປະລິນຍາຕີຂຶ້ນໄປ, ຄະແນນສະເລ່ຍ GPA: 3.00 ຂຶ້ນໄປ (ຖ້າຈົບປະລິນຍາໂທ ຫຼື ຈົບປະລິນຍາເອກ ຈະໄດ້ຮັບການພິຈາລະນາເປັນພິເສດ);

- ຮູ້ ແລະ ສາມາດນຳໃຊ້ ພາສາອັງກິດ;

- ຮູ້ ແລະ ສາມາດນຳໃຊ້ ພາສາຈີນ; ຮູ້ ແລະ ສາມາດນຳໃຊ້ພາສາອື່ນໆ;

- ຮູ້ ແລະ ສາມາດໃຊ້ຄອມພິວເຕີ ໄດ້ໃນລະດັບດີ;

- ມີປະຫວັດການເຄື່ອນໄຫວຂອງຕົນ ແລະ ຄອບຄົວຈະແຈ້ງ;

- ບໍ່ຖືກລົງວິໄນໄລ່ອອກຈາກອົງການຈັດຕັ້ງໃດໜຶ່ງ ແລະ ບໍ່ຖືກສານຕັດສິນລົງໂທດຕັດອິດສະຫຼະພາບມາກ່ອນ;

- ມີທີ່ພັກອາໄສ ແລະ ພາຫະນະກຸ້ມຕົນເອງ; ຕ້ອງມີອາຈານທີ່ປຶກສາ/ຄະນະນຳຂອງໂຮງຮຽນຄ້ຳປະກັນ (Recommendation) ຫຼື ຢັ້ງຢືນບ່ອນທີ່ເຄີຍເຮັດວຽກ;

- ຫົວຂໍ້ທີ່ຈະຄົ້ນຄວ້າໃນອະນາຄົດ ແລະ ບົດແຜນການຄົ້ນຄວ້າບໍ່ເກີນ 3 ໜ້າ

3. ວິທີສະໝັກ ແລະ ກຳນົດການສອບເສັງ

- ເປີດຂາຍ ແລະ ຮັບຄຳຮ້ອງ: ເລີ່ມແຕ່ວັນທີ 17 - 20 ພະຈິກ 2026 ໃນໂມງລັດຖະການ.

- ຊ່ອງທາງການສະໝັກ: ສາມາດພົວພັນຊື້ຄຳຮ້ອງໄດ້ທີ່ ພະແນກຈັດຕັ້ງ ແລະ ພະນັກງານ ຫ້ອງການຄຸ້ມຄອງບໍລິຫານ (ຫ້ອງ 102) ຕຶກຜູ້ອຳນວຍການ ມະຫາວິທະຍາໄລ ສະຫວັນນະເຂດ ບ້ານໜອງຜື ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຫຼື ສະແກນ QR Code ໃນເອກະສານປະກາດ ເພື່ອດາວໂຫຼດຄຳຮ້ອງ ແລະ ປະກອບເອກະສານ Online.

- ວັນເວລາສອບເສັງ: ວັນທີ 23 ພະຈິກ 2026

* ພາກເຊົ້າ (ພາກທິດສະດີ): ເວລາ 09:00 - 11:00 ໂມງ

* ພາກບ່າຍ (ສຳພາດ, ປະຕິບັດຕົວຈິງ ແລະ ສອນສາທິດ): ເວລາ 13:30 - 16:30 ໂມງ

4. ຂໍ້ມູນຕິດຕໍ່ພົວພັນ

- ປທ. ນາງ ພູລັດສະໄໝ ໄຊຍະສອນ ໂທ: 020 5836 4125

- ປທ. ບຸນຖາວອນ ສີສຸພັນທອງ ໂທ: 020 9174 5088

- ປທ. ແກ້ວບຸດຕາ ສິງປະທຸມ ໂທ: 020 5678 8692

- ປທ. ນາງ ນິດດາວົງ ອິນທິລາດ ໂທ: 020 5678 8708

- ປທ ສາຄອນ ດວງມະນີ ໂທ: 020 2362 6007

ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ

Post Content Image
Post Content Image
Post Content Image
Post Content Image

ຂ່າວສານອື່ນໆ ທີ່ກ່ຽວຂ້ອງ