ກັບຄືນໜ້າຫຼັກ

ທ່ານ ຜູ້ອຳນວຍການ ມະຫາວິທະຍາໄລ ສະຫວັນນະເຂດ ນຳພາທີມງານ RESET-SKU ເຂົ້າຮ່ວມກອງປະຊຸມຄຸ້ມຄອງໂຄງການ RESET ຄັ້ງທີ 3 (MM3) ທີ່ ນະຄອນຫຼວງວຽງຈັນ

17/11/2026 22:24 23 ຄັ້ງ
Cover Image
Post Content Image
Post Content Image
Post Content Image
Post Content Image

ໃນວັນທີ 17 ພະຈິກ 2026, ທ່ານ ຮສ.ປອ. ສິດທິໄຊ ໄຊຍະວົງ ຜູ້ອຳນວຍການ ມະຫາວິທະຍາໄລ ສະຫວັນນະເຂດ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ RESET-SKU ໄດ້ເຂົ້າຮ່ວມກອງປະຊຸມຄຸ້ມຄອງໂຄງການ RESET ຄັ້ງທີ 3 (RESET Management Meeting 3 - MM3) ມື້ທີ 1 ທີ່ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ ໄດ້ເຕົ້າໂຮມບັນດາຄູ່ຮ່ວມງານຈາກສະຫະພາບເອີຣົບ (ມະຫາວິທະຍາໄລ Alicante, ມະຫາວິທະຍາໄລ Freiburg ແລະ ອົງການ CESIE) ຮ່ວມກັບ ສະຖາບັນການສຶກສາຊັ້ນສູງຄູ່ຮ່ວມງານໃນ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຮ່ວມຂອງ ທ່ານ ສຈ. ດຣ. ໄມຟອງ ໄມໄຊ (ມວສ) ແລະ ທ່ານ ປອ. ພອນສະຫວັນ ເທບພະສຸລິທອນ (ມະຫາວິທະຍາໄລ ຈຳປາສັກ - ຜູ້ປະສານງານໂຄງການ).

ຈຸດເດັ່ນຂອງກອງປະຊຸມ ມື້ທີ 1:

ການເຜີຍແຜ່ ແລະ ປະຊາສຳພັນໂຄງການ (Dissemination): ທີມງານຈາກ ມະຫາວິທະຍາໄລ ສະຫວັນນະເຂດ (SKU) ໄດ້ນຳສະເໜີໝາກຜົນສຳເລັດທີ່ພົ້ນເດັ່ນໃນໄລຍະ 10 ເດືອນຜ່ານມາ ພ້ອມທັງວາງແຜນການໂຄສະນາເຜີຍແຜ່ ແລະ ແຜນຄວາມຍືນຍົງຂອງໂຄງການໃນຕໍ່ໜ້າ.

- ການຄຸ້ມຄອງໂຄງການ ແລະ ການປະກັນຄຸນນະພາບ: ວາງແຜນການລາຍງານ ແລະ ການຕິດຕາມປະເມີນຜົນ.

- ການປຽບທຽບມາດຕະຖານ (Benchmarking) ແລະ ບົດຮຽນທີ່ດີ: ນຳພາໂດຍ ມະຫາວິທະຍາໄລ ສຸພານຸວົງ.

- ແຜນການຝຶກອົບຮົມ ToT2 ແລະ ToT3: ນຳສະເໜີໂດຍ ມະຫາວິທະຍາໄລ Freiburg.

- ແຜນປະຕິບັດງານຍຸດທະສາດ ສຳລັບໜ່ວຍງານຄຸ້ມຄອງການຄົ້ນຄວ້າ: ນຳພາໂດຍ ມະຫາວິທະຍາໄລແຫ່ງຊາດ.

- ການຈັດຊື້ອຸປະກອນ: ນຳພາໂດຍ ມະຫາວິທະຍາໄລ ຈຳປາສັກ.

- ສູນກາງການຄົ້ນຄວ້າແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າອອນລາຍ (Online Research Academy): ແຜນການສ້າງ 3 ຫຼັກສູດອອນລາຍເຕັມຮູບແບບ ແລະ 15 ຫຼັກສູດໄລຍະສັ້ນ (Nano-courses) ໂດຍ ມະຫາວິທະຍາໄລ Alicante ແລະ CESIE.

- ການອັບເດດນະໂຍບາຍ ແລະ ຍຸດທະສາດລະດັບຊາດ: ຈາກ ກະຊວງສຶກສາທິການ ແລະ ກິລາ.

ໃນຕອນທ້າຍຂອງມື້ທີ 1 ໄດ້ມີການສະຫຼຸບບັນດາໜ້າວຽກທີ່ຕ້ອງຈັດຕັ້ງປະຕິບັດ, ບາດກ້າວຕໍ່ໄປ ແລະ ກຳນົດເວລາສຳຄັນຕ່າງໆ ເພື່ອກຽມພ້ອມເຂົ້າສູ່ການຝຶກອົບຮົມຄູຝຶກ ຄັ້ງທີ 2 (ToT2) ໃນມື້ຖັດໄປ.

ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ

ກວດແກ້ໂດຍ: ວຽງທອງ ມັງໜໍ່ເມກ


ຂ່າວສານອື່ນໆ ທີ່ກ່ຽວຂ້ອງ