ໃນພິທີເຊັນສັນຍາຄວາມຮ່ວມມື ທີ່ຈັດຂຶ້ນພາຍໃຕ້ ກອງປະຊຸມເສວະນາການຮ່ວມມືດ້ານການສຶກສາ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 9 (The 9th Kunming Forum on Education Cooperation in South and Southeast Asia) ຢູ່ ນະຄອນຄຸນໝິງ, ສປ ຈີນ, ຮອງສາດສະດາຈານ ປອ. ສິດທິໄຊ ໄຊຍະວົງ (Assoc. Prof. Dr. Sithixay XAYAVONG), ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ (SKU), ໄດ້ຕາງໜ້າໃຫ້ມະຫາວິທະຍາໄລ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍຄວາມຮ່ວມມືທາງດ້ານວິຊາການ ຮ່ວມກັບ ສາດສະດາຈານ ດຣ. ເຈຽງ ເຢ້ຫົວ (Prof. Dr. Jiang Yehua), ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ (KUST).
📌 ຂອບເຂດຄວາມຮ່ວມມືຫຼັກ ມີດັ່ງນີ້:
1. ໂຄງການຫຼັກສູດການສຶກສາ: ການພັດທະນາໂຄງການຫຼັກສູດການສຶກສາ ທັງລະດັບປະລິນຍາ (Degree Programs) ແລະ ຫຼັກສູດໄລຍະສັ້ນ (Non-degree Programs).
2. ການແລກປ່ຽນບຸກຄະລາກອນ ແລະ ນັກສຶກສາ: ການແລກປ່ຽນຄູ-ອາຈານ, ເຈົ້າໜ້າທີ່, ນັກວິໄຈ ແລະ ນັກສຶກສາ ລະຫວ່າງ ສອງສະຖາບັນ.
3. ການວິໄຈ ແລະ ກອງປະຊຸມວິຊາການ: ການຈັດຕັ້ງໂຄງການວິໄຈຮ່ວມກັນ, ການຈັດກອງປະຊຸມວິຊາການ ແລະ ເວທີເສວະນາ.
4;ການແລກປ່ຽນຂໍ້ມູນວິຊາການ: ການແບ່ງປັນເອກະສານ, ຜົນງານຕີພິມ ແລະ ຂໍ້ມູນທາງດ້ານວິຊາການ.
5. ຄວາມຮ່ວມມືດ້ານງົບປະມານ ແລະ ໂຄງການຮ່ວມ: ການຮ່ວມມືສະແຫວງຫາແຫຼ່ງທຶນ (ລວມທັງທຶນສະໜັບສະໜູນຈາກລັດຖະບານ ຈີນ ແລະ ລາວ) ເພື່ອດໍາເນີນໂຄງການຮ່ວມກັນ.
ບົດບັນທຶກຄວາມເຂົ້າໃຈສະບັບນີ້ ມີໄລຍະເວລາຜົນບັງຄັບໃຊ້ 5 ປີ, ເຊິ່ງຖືເປັນກ້າວສໍາຄັນໃນການຍົກລະດັບມາດຕະຖານການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ການວິໄຈ ຂອງມະຫາວິທະຍາໄລສະຫວັນນະເຂດ ໃຫ້ກ້າວສູ່ລະດັບສາກົນ.