ກັບຄືນໜ້າຫຼັກ

ມະຫາວິທະຍາໄລສະຫວັນນະເຂດ (SKU) ແລະ ມະຫາວິທະຍາໄລ ການເງິນ ແລະ ເສດຖະສາດ ຢູນນານ (YUFE) ສປ ຈີນ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍຄວາມຮ່ວມມືທາງດ້ານວິຊາການ

26/10/2026 10:26 33 ຄັ້ງ
Cover Image

ໃນວັນທີ 23 ຕຸລາ 2026, ມະຫາວິທະຍາໄລສະຫວັນນະເຂດ (SKU) ໂດຍການນໍາຂອງ ຮອງສາດສະດາຈານ ປອ. ສິດທິໄຊ ໄຊຍະວົງ (Assoc. Prof. Dr. Sithixay XAYAVONG), ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ, ໄດ້ນໍາພາຄະນະຜູ້ແທນ ເດີນທາງໄປຢ້ຽມຢາມ ມະຫາວິທະຍາໄລ ການເງິນ ແລະ ເສດຖະສາດ ຢູນນານ (YUFE) ແລະ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍຄວາມຮ່ວມມື ລະຫວ່າງ ສອງມະຫາວິທະຍາໄລ. ໂດຍມີ ທ່ານ 颜明 (Yan Ming), ກໍາມະການຄະນະພັກ, ຮອງອະທິການບໍດີ ມະຫາວິທະຍາໄລ ການເງິນ ແລະ ເສດຖະສາດ ຢູນນານ ໃຫ້ການຕ້ອນຮັບ ແລະ ຮ່ວມເຊັນ MOU ກັບ ທ່ານ ຮອງສາດສະດາຈານ ປອ. ສິດທິໄຊ ໄຊຍະວົງ, ເຊິ່ງຖືເປັນການນໍາເອົາຄວາມຮ່ວມມື ລະຫວ່າງ ສອງສະຖາບັນ ກ້າວເຂົ້າສູ່ໄລຍະໃໝ່ ທີ່ມີລະບຽບກົນໄກການພັດທະນາຢ່າງເປັນຮູບປະທໍາ.

ການເຊັນ MOU ໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງກອບຄວາມຮ່ວມມືທາງດ້ານວິຊາການ, ສົ່ງເສີມສາຍສໍາພັນມິດຕະພາບ, ເສີມສ້າງຂີດຄວາມສາມາດດ້ານການສຶກສາ ແລະ ການວິໄຈຮ່ວມກັນ ລະຫວ່າງ ສອງສະຖາບັນ.

📌 ຂອບເຂດຄວາມຮ່ວມມືຫຼັກ ມີດັ່ງນີ້:

1. ການແລກປ່ຽນນັກສຶກສາ: ການແລກປ່ຽນນັກສຶກສາລະດັບປະລິນຍາຕີ ແລະ ຫຼັງປະລິນຍາຕີ ເພື່ອການສຶກສາ, ການວິໄຈ ຫຼື ການແລກປ່ຽນວັດທະນະທໍາ.

2. ການແລກປ່ຽນຄູ-ອາຈານ ແລະ ບຸກຄະລາກອນ: ການແລກປ່ຽນບຸກຄະລາກອນທາງດ້ານວິຊາການ, ນັກວິໄຈ ແລະ ເຈົ້າໜ້າທີ່ບໍລິຫານ ເພື່ອການບັນຍາຍ, ການວິໄຈ ແລະ ການພັດທະນາດ້ານວິຊາຊີບ.

3. ການແລກປ່ຽນທາງວິຊາການ: ການແບ່ງປັນເອກະສານວິຊາການ, ຜົນງານຕີພິມ, ຂໍ້ມູນຂ່າວສານ, ການເຂົ້າຮ່ວມກອງປະຊຸມເສວະນາ, ເວທີອະພິປາຍ, ກອງປະຊຸມວິຊາການ ແລະ ການເຮັດວິໄຈຮ່ວມກັນ.

4. ໂຄງການຮ່ວມມືອື່ນໆ: ດໍາເນີນໂຄງການຮ່ວມມືດ້ານການສຶກສາ ແລະ ວິຊາການອື່ນໆ ຕາມທີ່ທັງສອງຝ່າຍເຫັນດີຮ່ວມກັນ.

ບົດບັນທຶກຄວາມເຂົ້າໃຈສະບັບນີ້ ມີໄລຍະເວລາຜົນບັງຄັບໃຊ້ 5 ປີ, ເຊິ່ງຖືເປັນກ້າວສໍາຄັນໃນການຂະຫຍາຍເຄືອຂ່າຍຄວາມຮ່ວມມືສາກົນ ແລະ ຍົກລະດັບຄຸນນະພາບການສຶກສາຂອງມະຫາວິທະຍາໄລສະຫວັນນະເຂດ ໃຫ້ກ້າວໜ້າຢ່າງແຂງແຮງ.

ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ


ຂ່າວສານອື່ນໆ ທີ່ກ່ຽວຂ້ອງ