ນຕອນບ່າຍຂອງວັນທີ 14 ຕຸລາ 2026, ຄະນະເຕັກໂນໂລຊີຂໍ້ມູນຂ່າວສານ ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຈາກ ວິທະຍາໄລຕຳຫຼວດປະຊາຊົນ ເລກ II ໃນໂອກາດເຂົ້າພົບປະ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ເພື່ອເສີມສ້າງຄວາມຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການພັດທະນາການສຶກສາ.
ການພົບປະໃນຄັ້ງນີ້, ຝ່າຍ ຄະນະເຕັກໂນໂລຊີຂໍ້ມູນຂ່າວສານ ມຂ ໄດ້ໃຫ້ກຽດຕ້ອນຮັບໂດຍ ທ່ານ ກົງສະກີ ເພັດພູສີ, ຮັກສາການແທນຫົວໜ້າຄະນະເຕັກໂນໂລຊີຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະ, ຄູ-ອາຈານ ແລະ ວິຊາການ. ຂະນະທີ່ ຝ່າຍວິທະຍາໄລຕຳຫຼວດປະຊາຊົນ ເລກ II ແມ່ນນຳພາໂດຍ ທ່ານ ພັທ ປອ ໄຕພະໂຄ ເປື່ອງຈັນທີ, ຮອງຫົວໜ້າວິທະຍາໄລຕຳຫຼວດປະຊາຊົນ ເລກ II, ພ້ອມດ້ວຍຄະນະ ແລະ ວິຊາການເຂົ້າຮ່ວມ.
ຈຸດປະສົງຕົ້ນມັກຂອງການພົບປະແລກປ່ຽນບົດຮຽນຄັ້ງນີ້ ແມ່ນເພື່ອຊຸກຍູ້ ແລະ ຜັນຂະຫຍາຍຄວາມຮ່ວມມືລະຫວ່າງສອງສະຖາບັນໃຫ້ປະກົດຜົນເປັນຈິງ ແລະ ມີຄວາມເປັນຮູບປະທຳໃນປະຈຸບັນ ແລະ ອະນາຄົດ. ທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບການສ້າງບຸກຄະລາກອນທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ປັນຍາປະທິດ (AI), ລວມເຖິງການນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການສິດສອນ.
ຜ່ານການພົບປະເຮັດວຽກ, ທັງສອງສະຖາບັນໄດ້ສ້າງຄວາມເຂົ້າໃຈອັນດີ ແລະ ເຫັນດີເປັນເອກະພາບໃນການວາງແນວທາງຄວາມເປັນໄປໄດ້ ເພື່ອກ້າວໄປສູ່ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນດ້ານໄອທີໃນຕໍ່ໜ້າ ເພື່ອຮ່ວມກັນຍົກລະດັບຄຸນນະພາບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດຂອງທັງສອງຝ່າຍໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ