ໃນວັນທີ 23 ຕຸລາ ຜ່ານມາ, ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ ໄດ້ເຂົ້າຮ່ວມ ແລະ ຂຶ້ນກ່າວປາໄສ ໃນກອງປະຊຸມໂຕະມົນພັນທະມິດອາຊີວະສຶກສາລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7 ເຊິ່ງຈັດຂຶ້ນທີ່ນະຄອນຄຸນໝິງ, ສປ ຈີນ.
ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ ໄດ້ຍົກໃຫ້ເຫັນເຖິງບົດບາດອັນສຳຄັນຂອງ ມະຫາວິທະຍາໄລສະຫວັນນະເຂດ ເຊິ່ງເປັນມະຫາວິທະຍາໄລລັດລວມສູນທີ່ສຳຄັນ ແລະ ເປັນໜຶ່ງໃນ 5 ມະຫາວິທະຍາໄລຫຼັກທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ. ມະຫາວິທະຍາໄລຕັ້ງຢູ່ຈຸດໃຈກາງຂອງແລວທາງເສດຖະກິດ 4 ແຂວງ ຄື: ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ ແລະ ສາລະວັນ ໂດຍມີທີ່ຕັ້ງລຽບຕາມລຳແມ່ນ້ຳຂອງ ເຊິ່ງເປັນຈຸດຍຸດທະສາດໃນການຮັບໃຊ້ການພັດທະນາພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ກໍຄືພາກພື້ນລ້ານຊ້າງ-ແມ່ນ້ຳຂອງ ແລະ ອາຊຽນ.
ປັດຈຸບັນ, ມະຫາວິທະຍາໄລສະຫວັນນະເຂດ ປະກອບມີຫຼາຍຄະນະວິຊາ ເຊັ່ນ: ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ຄະນະບໍລິຫານທຸລະກິດ, ຄະນະວິສະວະກຳສາດ ແລະ ຄະນະເຕັກໂນໂລຊີຂໍ້ມູນຂ່າວສານ. ທາງມະຫາວິທະຍາໄລ ໄດ້ເປີດສອນ 45 ຫຼັກສູດໃນລະດັບປະລິນຍາຕີ, 8 ຫຼັກສູດໃນລະດັບປະລິນຍາໂທ ແລະ 2 ຫຼັກສູດໃນລະດັບປະລິນຍາເອກ. ມີຈຳນວນນັກສຶກສາທັງໝົດປະມານ 3,600 ຫາ 6,500 ຄົນ, ໃນນັ້ນມີນັກສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ຈຳນວນ 350 ຄົນ.
ສຳລັບວຽກງານການຮ່ວມມືສາກົນ, ມະຫາວິທະຍາໄລສະຫວັນນະເຂດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບສະຖາບັນການສຶກສາຕ່າງໆທົ່ວໂລກແລ້ວຈຳນວນ 68 ສະບັບ. ໃນນັ້ນ, ມີຫຼາຍກວ່າ 20 ສະບັບແມ່ນລົງນາມຮ່ວມກັບສະຖາບັນການສຶກສາຂອງ ສປ ຈີນ ແລະ ຫຼາຍກວ່າ 10 ສະບັບແມ່ນຮ່ວມກັບສະຖາບັນໃນແຂວງຢຸນນານ. ມະຫາວິທະຍາໄລໄດ້ຕັ້ງໜ້າຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດຮູບແບບການຮ່ວມມືສ້າງບຸກຄະລາກອນທີ່ຫຼາກຫຼາຍ ເຊັ່ນ: ໂຄງການຮ່ວມມືສ້າງບຸກຄະລາກອນແບບປັບແຕ່ງ “1+2+1” ກັບວິທະຍາໄລເຕັກນິກອາຊີວະສຶກສາປ່າໄມ້ຄຸນໝິງ, ໂຄງການຮ່ວມມືວິທະຍາເຂດຄູ່ “2+2” ກັບວິທະຍາໄລຄູຊົນເຜົ່າກວາງຊີ ພ້ອມທັງມີແຜນຮ່ວມມືກັບມະຫາວິທະຍາໄລອື່ນໆອີກຫຼາຍແຫ່ງໃນ ສປ ຈີນ.
ໃນຕອນທ້າຍ, ທ່ານ ຜູ້ອຳນວຍການ ໄດ້ສະເໜີທິດທາງໃນການສືບຕໍ່ຊຸກຍູ້ແນວຄວາມຄິດການສ້າງບຸກຄະລາກອນທີ່ເຊື່ອມໂຍງລະຫວ່າງ “ພາສາ + ທັກສະ + ອຸດສາຫະກຳ” ເຂົ້າດ້ວຍກັນ. ຮູບແບບດັ່ງກ່າວຈະຖືກຈັດຕັ້ງປະຕິບັດຜ່ານການເຝິກງານຕົວຈິງໃນວິສາຫະກິດ, ການສະໜອງທຶນການສຶກສາ, ການມອບໃບປະກາດສະນີຍະບັດຮ່ວມ (Dual Diploma) ແລະ ການສ້າງກົນໄກເພື່ອເຊື່ອມໂຍງການຈ້າງງານ ເພື່ອແນໃສ່ສ້າງບຸກຄະລາກອນທີ່ມີຄຸນນະພາບສູງ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງພາກພື້ນລ້ານຊ້າງ-ແມ່ນ້ຳຂອງ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ