ກັບຄືນໜ້າຫຼັກ

ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ ສະເໜີ 4 ມາດຕະການສຳຄັນໃນກອງປະຊຸມສະພາ ເພື່ອຫຼຸດຜ່ອນການປະລະການຮຽນ ແລະ ຍົກລະດັບຄຸນນະພາບການສຶກສາ

01/11/2026 21:49 32 ຄັ້ງ
Cover Image

ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X (ຕຸລາ 2026), ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ທັງເປັນ ຜູ້ອຳນວຍການ ມະຫາວິທະຍາໄລ ສະຫວັນນະເຂດ ໄດ້ສະເໜີ 4 ທິດທາງແກ້ໄຂບັນຫາການສຶກສາຢ່າງເປັນຮູບປະທຳ:

1️⃣ ເພີ່ມໂຄຕ້າພະນັກງານ: ເພີ່ມຈຳນວນພະນັກງານລັດຖະກອນ/ພາລະກອນ ໃຫ້ມະຫາວິທະຍາໄລ (ໂດຍສະເພາະໃຫ້ນັກຄົ້ນຄວ້າ), ໂຮງຮຽນເຕັກນິກວິຊາຊີບ ແລະ ໂຮງຮຽນສາມັນ ໃຫ້ໄດ້ມາດຕະຖານສາກົນ.

2️⃣ ຂະຫຍາຍທຶນການສຶກສາ: ເພີ່ມໂຄຕ້າ ແລະ ຈຳນວນນັກຮຽນ-ນັກສຶກສາ ທີ່ຈະໄດ້ຮັບທຶນການສຶກສາຕື່ມ.

3️⃣ ເພີ່ມນະໂຍບາຍຊ່ວຍເຫຼືອ: ເພີ່ມເງິນເດືອນ ແລະ ເງິນສະໜັບສະໜູນໃຫ້ນັກຮຽນ-ນັກສຶກສາສູງຂຶ້ນ ເພື່ອບັນເທົາພາລະຄ່າໃຊ້ຈ່າຍ.

4️⃣ ສົ່ງເສີມງານວິໄຈ: ເລັ່ງປັບປຸງການຄົ້ນຄວ້າວິທະຍາສາດ ເພີ່ມການຕີພິມໃນວາລະສານສາກົນ ແລະ ເນັ້ນໜັກການຄົ້ນຄວ້າທີ່ສາມາດນຳໄປໃຊ້ເປັນສິນຄ້າ-ບໍລິການ ທີ່ເກີດປະໂຫຍດຕໍ່ສັງຄົມໂດຍກົງ.

#ສະພາແຫ່ງຊາດ #ການສຶກສາລາວ #ມະຫາວິທະຍາໄລສະຫວັນນະເຂດ #ສະຫວັນນະເຂດ

ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ


ຂ່າວສານອື່ນໆ ທີ່ກ່ຽວຂ້ອງ