ໃນວັນທີ 31 ຕຸລາ 2026, ທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ, ຜູ້ອຳນວຍການ ມະຫາວິທະຍາໄລ ສະຫວັນນະເຂດ ໄດ້ຂຶ້ນບັນຍາຍໃນງານ "Lancang-Mekong Education Forum" ທີ່ ມະຫາວິທະຍາໄລ ພູເອີ, ແຂວງຢູນນານ, ປະເທດຈີນ.
ການຂຶ້ນບັນຍາຍໃນຄັ້ງນີ້ ຢູ່ພາຍໃຕ້ຫົວຂໍ້ "Education in Partnership and Wisdom for Lancang-Mekong" ເຊິ່ງຖືເປັນເຫດການປະຫວັດສາດທີ່ສຳຄັນ ໃນໂອກາດສະເຫຼີມສະຫຼອງຄົບຮອບ 65 ປີ ຂອງການສ້າງສາຍພົວພັນທາງການທູດ ລາວ-ຈີນ. ທ່ານໄດ້ສະເໜີທັດສະນະ ແລະ ຈຸດສຸມສຳຄັນ ຄື:
- ການສ້າງຄູ່ຮ່ວມຊະຕາກຳ: ປີ 2026 ເປັນປີຄົບຮອບ 65 ປີ ຂອງສາຍພົວພັນທາງການທູດ ລາວ-ຈີນ, ເຊິ່ງບໍ່ພຽງແຕ່ເປັນການເບິ່ງຄືນອະດີດ ຢ່າງດຽວ ແຕ່ແມ່ນການຍູ້ແຮງການສ້າງ "ຄູ່ຮ່ວມຊະຕາກຳທີ່ທຸກສະພາບອາການ" (All-weather community with a shared destiny).
- ຈາກ Landlocked ສູ່ Land-linked: ການຫັນປ່ຽນຈາກປະເທດທີ່ບໍມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ເຊິ່ງການຮ່ວມມືດ້ານການສຶກສາຖືເປັນຫົວໃຈສຳຄັນ.
- ຄວາມສຳຄັນຂອງຫົວຂໍ້: ຫົວຂໍ້ການຮ່ວມມືດ້ານການສຶກສານີ້ ບໍ່ພຽງແຕ່ສອດຄ່ອງກັບສະພາບການ ແຕ່ມີຄວາມສຳຄັນຢ່າງຍິ່ງຕໍ່ອະນາຄົດຮ່ວມກັນຂອງພາກພື້ນ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ