ໃນວັນທີ 7 ພະຈິກ 2026, ໃນໂອກາດເດີນທາງໄປປະຕິບັດພາລະກິດທາງວິຊາການ ຢູ່ ສາທາລະນະລັດ ປະຊາຊົນ ຈີນ, ທ່ານ ຮສ.ປອ. ສິດທິໄຊ ໄຊຍະວົງ ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງວິຊາການ (Memorandum of Understanding on Academic Cooperation) ຮ່ວມກັບ ທ່ານ ເວິນ ເຈຍໄຄ (Wen Jiakai) ຜູ້ຕາງໜ້າຈາກ ບໍລິສັດ Guangxi Daring Technology Co., Ltd. ເຊິ່ງເປັນວິສາຫະກິດຊັ້ນນຳທີ່ມີຄວາມໂດດເດັ່ນ ແລະ ມີປະສົບການສູງທາງດ້ານນະວັດຕະກຳເຕັກໂນໂລຊີທີ່ທັນສະໄໝຂອງ ສປ ຈີນ.
ການລົງນາມໃນຄັ້ງນີ້ ຖືເປັນຂີດໝາຍສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສະຖາບັນການສຶກສາຂອງ ສປປ ລາວ ແລະ ພາກທຸລະກິດເຕັກໂນໂລຊີຂອງ ສປ ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ກ້າວສູ່ລວງເລິກຍິ່ງຂຶ້ນ. ໃນໂອກາດດັ່ງກ່າວ, ທາງມະຫາວິທະຍາໄລສະຫວັນນະເຂດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນຍິ່ງໃຫຍ່ຂອງ ສປ ຈີນ ໃນການພັດທະນາວິທະຍາສາດ, ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ທີ່ກ້າວໜ້າລະດັບໂລກ. ພ້ອມກັນນີ້, ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ບໍລິສັດ Guangxi Daring Technology Co., Ltd. ທີ່ໄດ້ເຫັນຄວາມສຳຄັນ ແລະ ມີເຈດຕະນາລົມອັນດີງາມໃນການແບ່ງປັນອົງຄວາມຮູ້, ບົດຮຽນ ແລະ ນະວັດຕະກຳໃໝ່ໆ ເພື່ອຮ່ວມກັນພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ.
ຜ່ານຂອບການຮ່ວມມືດັ່ງກ່າວ, ທັງສອງຝ່າຍຈະໄດ້ສຸມໃສ່ການແລກປ່ຽນທາງດ້ານວິຊາການ, ການຖ່າຍທອດເຕັກໂນໂລຊີທີ່ທັນສະໄໝຈາກ ສປ ຈີນ, ລວມທັງການຈັດຝຶກອົບຮົມ ແລະ ຍົກລະດັບທັກສະວິຊາຊີບດ້ານໄອທີ (IT) ແລະ ປັນຍາປະດິດ (AI) ໃຫ້ແກ່ຖັນແຖວພະນັກງານ, ຄູ-ອາຈານ ແລະ ນັກສຶກສາຂອງມະຫາວິທະຍາໄລສະຫວັນນະເຂດ. ທັງນີ້, ກໍເພື່ອກຽມຄວາມພ້ອມຮອງຮັບຍຸກແຫ່ງການຫັນເປັນດິຈິຕອນ ແລະ ສ້າງບຸກຄະລາກອນທີ່ມີຄຸນນະພາບ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃນອະນາຄົດຢ່າງຍືນຍົງ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ
ກວດແກ້ໂດຍ: ວຽງທອງ ມັງໜໍ່ເມກ