ໃນວັນທີ 12 ພະຈິກ 2026, ທ່ານ ຮສ.ປອ. ສິດທິໄຊ ໄຊຍະວົງ ເລຂາຄະນະພັກ, ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ ແລະ ສະມາຊິກສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມວິທະຍາສາດສາກົນ CSFAP ຄັ້ງທີ 1 (Cycle Scientifique Francophone d'Asie-Pacifique) ພາຍໃຕ້ຫົວຂໍ້ “ເຄືອຂ່າຍວິທະຍາສາດທີ່ໃຊ້ພາສາຝຣັ່ງ ເພື່ອສັນຕິພາບ ແລະ ສະຖຽນລະພາບແບບຍືນຍົງ” (Une Francophonie scientifique en réseau pour la paix et la stabilité durable). ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ຮ່ວມກັບກະຊວງສຶກສາທິການ, ຊາວໜຸ່ມ ແລະ ກິລາ ແຫ່ງຣາຊະອານາຈັກກຳປູເຈຍ ທີ່ນະຄອນຫຼວງພະນົມເປັນ ເຊິ່ງເປັນກິດຈະກຳປິ່ນອ້ອມກອງປະຊຸມສຸດຍອດ ຟຣັງໂກໂຟນີ ຄັ້ງທີ 20 (20e Sommet de la Francophonie Phnom Penh 2026). ໃນໂອກາດນີ້, ທ່ານຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ ຍັງໄດ້ໃຫ້ກຽດຂຶ້ນນຳສະເໜີບົດວິຊາການໃນຫົວຂໍ້ “ບົດບາດຂອງມະຫາວິທະຍາໄລສະຫວັນນະເຂດ ໃນເຄືອຂ່າຍວິທະຍາສາດເພື່ອການພັດທະນາແບບຍືນຍົງ” (Le rôle de l'Université de Savannakhet dans le réseau scientifique pour le développement durable) ຕໍ່ທີ່ປະຊຸມອີກດ້ວຍ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ