ກັບຄືນໜ້າຫຼັກ

ມະຫາວິທະຍາໄລສະຫວັນນະເຂດ ນຳພາທັບນັກກິລາ ເຂົ້າຮ່ວມງານມະຫາກຳກິລາມິດຕະພາບ ແລະ ແລກປ່ຽນວັດທະນະທຳ ນັກສຶກສາອະນຸພາກພື້ນແມ່ນ້ຳຂອງ ທີ່ ສປ ຈີນ

14/11/2026 19:22 26 ຄັ້ງ
Cover Image
Post Content Image
Post Content Image
Post Content Image
Post Content Image

ໃນລະຫວ່າງວັນທີ 18-27 ຕຸລາ 2026 ທີ່ຜ່ານມາ, ທ່ານ ຮສ.ປອ. ສິດທິໄຊ ໄຊຍະວົງ ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ ໄດ້ນຳພາຄະນະຄູອາຈານ, ຄູຝຶກ ແລະ ນັກກິລາ ລວມທັງໝົດ 19 ຄົນ (ຍິງ 2 ຄົນ) — ເຊິ່ງປະກອບມີ ຄູອາຈານ ແລະ ຄູຝຶກ 6 ທ່ານ (ຍິງ 2 ທ່ານ), ນັກກິລາດອກປີກໄກ່ 2 ຄົນ ແລະ ນັກກິລາບານສົ່ງຊາຍ 10 ຄົນ — ເດີນທາງໄປເຂົ້າຮ່ວມການແຂ່ງຂັນໃນງານ ມະຫາກຳກິລາມິດຕະພາບນັກສຶກສາມະຫາວິທະຍາໄລ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7 ແລະ ສັບປະດາແລກປ່ຽນວັດທະນະທຳ-ກິລາ ນັກສຶກສາມະຫາວິທະຍາໄລ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 9 (The 7th Lancang-Mekong College Students' Goodwill Games & The 9th South and Southeast Asia College Students' Culture and Sports Week) ທີ່ນະຄອນຄຸນໝິງ ແຂວງຢຸນນານ ສາທາລະນະລັດ ປະຊາຊົນ ຈີນ.

ງານມະຫາກຳກິລາ ແລະ ວັດທະນະທຳລະດັບພາກພື້ນໃນຄັ້ງນີ້ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໂດຍ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ (Kunming University of Science and Technology) ເຊິ່ງໄດ້ເຕົ້າໂຮມເອົາຄະນະຜູ້ແທນ ແລະ ນັກກິລາຈາກສະຖາບັນການສຶກສາຊັ້ນສູງຈາກ 13 ປະເທດໃນພາກພື້ນ ເຂົ້າຮ່ວມຊິງໄຊ ແລະ ຮ່ວມກິດຈະກຳຢ່າງຄຶກຄື້ນ. ໃນໂອກາດດັ່ງກ່າວ, ຄະນະນຳຈາກມະຫາວິທະຍາໄລສະຫວັນນະເຂດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງສູງຕໍ່ເຈົ້າພາບ ສປ ຈີນ ທີ່ໄດ້ຈັດງານຄັ້ງນີ້ຂຶ້ນຢ່າງມີມາດຕະຖານ, ອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ.

ການເຂົ້າຮ່ວມງານໃນຄັ້ງນີ້ ບໍ່ພຽງແຕ່ເປັນການເປີດໂອກາດໃຫ້ນັກສຶກສາຂອງມະຫາວິທະຍາໄລສະຫວັນນະເຂດ ໄດ້ສະແດງຄວາມສາມາດທາງດ້ານການກິລາ ແລະ ທັກສະການແຂ່ງຂັນໃນເວທີລະດັບສາກົນເທົ່ານັ້ນ, ແຕ່ຍັງເປັນເວທີສຳຄັນໃນການແລກປ່ຽນວັດທະນະທຳອັນດີງາມ, ເສີມສ້າງຄວາມສາມັກຄີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ລະຫວ່າງ ຊາວໜຸ່ມ-ນັກສຶກສາລາວ ກັບ ນັກສຶກສາຈາກ ສປ ຈີນ ແລະ ບັນດາປະເທດໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ

ກວດແກ້ໂດຍ: ວຽງທອງ ມັງໜໍ່ເມກ

Post Content Image
Post Content Image
Post Content Image
Post Content Image

ຂ່າວສານອື່ນໆ ທີ່ກ່ຽວຂ້ອງ