ໃນລະຫວ່າງການເດີນທາງທັດສະນະສຶກສາ, ຄະນະນັກສຶກສາ ມະຫາວິທະຍາໄລສະຫວັນນະເຂດ ໄດ້ເຂົ້າຢ້ຽມຊົມ ແລະ ສຶກສາຮຽນຮູ້ຢູ່ສູນຝຶກຫຸ່ນຍົນ AI Guangxi ASEAN, ບໍລິສັດ Guangxi Daring Technology Co., Ltd ແລະ ເຂດປະຫວັດສາດ ແລະ ວັດທະນະທຳ San Jie Liang Xiang ພ້ອມທັງເຂົ້າຮັບການຝຶກອົບຮົມໃນຫົວຂໍ້ “Chinese Language + Professional Skills: AI + Perception and Experience in Virtual Simulation Space Design” ເພື່ອເສີມສ້າງຄວາມຮູ້, ທັກສະວິຊາຊີບ ແລະ ປະສົບການດ້ານເຕັກໂນໂລຊີ AI ໃຫ້ແກ່ນັກສຶກສາ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ