ໃນລະຫວ່າງວັນທີ 26 ຕຸລາ ຫາ 14 ພະຈິກ 2026 ຜ່ານມາ, ທ່ານ ຮສ.ປອ. ສິດທິໄຊ ໄຊຍະວົງ ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ນຳພາອາຈານ 1 ທ່ານ ແລະ ນັກສຶກສາຈາກ ຄະນະເຕັກໂນໂລຊີຂໍ້ມູນຂ່າວສານ (ໄອທີ) ຈຳນວນ 28 ຄົນ ເດີນທາງໄປຮ່ວມກິດຈະກຳທັດສະນະສຶກສາ, ແລກປ່ຽນຄວາມຮູ້ ແລະ ຝຶກຫັດງານ ໃນຫົວຂໍ້ AI Data Processing ຢູ່ວິທະຍາໄລອາຊີວະສຶກສາເຕັກໂນໂລຊີ ແລະ ທຸລະກິດກວາງຊີ (Guangxi Technology and Business Vocational College) ແຫ່ງ ສາທາລະນະລັດ ປະຊາຊົນຈີນ.
ໃນໂອກາດການຢ້ຽມຢາມ ແລະ ເຄື່ອນໄຫວຄັ້ງນີ້, ທ່ານ ຮສ.ປອ. ສິດທິໄຊ ໄຊຍະວົງ ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ ໄດ້ຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນ ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານການສຶກສາ ຮ່ວມກັບ ວິທະຍາໄລອາຊີວະສຶກສາເຕັກໂນໂລຊີ ແລະ ທຸລະກິດກວາງຊີ ພ້ອມທັງໄດ້ຮ່ວມກັນເປີດປ້າຍ "ສະຖາບັນມິດຕະພາບ (Sister School)" ຢ່າງເປັນທາງການ ເພື່ອສົ່ງເສີມ ແລະ ຂະຫຍາຍການຮ່ວມມືດ້ານການສຶກສາ, ການແລກປ່ຽນບຸກຄະລາກອນ, ຄູ-ອາຈານ ແລະ ນັກສຶກສາ ລວມເຖິງການພັດທະນາທັກສະວິຊາຊີບໃນອະນາຄົດ.
ນອກຈາກນີ້, ໃນວັນທີ 29 ຕຸລາ 2026 ຄະນະນຳ, ອາຈານ ແລະ ນັກສຶກສາ ຍັງໄດ້ເຂົ້າຮ່ວມພິທີເປີດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລສະຫວັນນະເຂດ ກັບ ບໍລິສັດ Guangxi Daring Technology Co., Ltd ແລະ ຮ່ວມພິທີເປີດກິລາສີ ປະຈຳປີ 2026 ຂອງວິທະຍາໄລເຈົ້າພາບ. ພ້ອມດຽວກັນນັ້ນ, ນັກສຶກສາຍັງໄດ້ເຂົ້າຮັບການຝຶກອົບຮົມໃນຫົວຂໍ້ “Chinese Language + Professional Skills: AI + Perception and Experience in Virtual Simulation Space Design” ແລະ ໄດ້ລົງທັດສະນະສຶກສາຮຽນຮູ້ຕົວຈິງຢູ່ສະຖານທີ່ສຳຄັນຕ່າງໆ ເຊັ່ນ: ສູນຝຶກຫຸ່ນຍົນ AI Guangxi ASEAN, ບໍລິສັດ Guangxi Daring Technology Co., Ltd ແລະ ເຂດປະຫວັດສາດ ແລະ ວັດທະນະທຳ San Jie Liang Xiang.
ການເຂົ້າຮ່ວມກິດຈະກຳໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການເປີດກວ້າງວິໄສທັດ, ເພີ່ມພູນຄວາມຮູ້, ທັກສະວິຊາຊີບ ແລະ ປະສົບການດ້ານເຕັກໂນໂລຊີ AI ໃຫ້ແກ່ນັກສຶກສາ ທັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ມະຫາວິທະຍາໄລສະຫວັນນະເຂດ ກັບ ສະຖາບັນການສຶກສາ ແລະ ພາກທຸລະກິດຂອງ ສປ ຈີນ ໃຫ້ກ້າວໜ້າ ແລະ ຍືນຍົງຍິ່ງຂຶ້ນ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ