ໃນວັນທີ 10 ເມສາ 2026, ທີ່ຫ້ອງປະຊຸມ ມະຫາວິທະຍາໄລສະຫວັນນະເຂດ (ມຂ), ທ່ານ ຮສ.ປອ. ສິດທິໄຊ ໄຊຍະວົງ ຜູ້ອຳນວຍການ ມະຫາວິທະຍາໄລສະຫວັນນະເຂດ ພ້ອມດ້ວຍຄະນະບໍລິຫານ ແລະ ພະນັກງານຄູ-ອາຈານ ທີ່ກ່ຽວຂ້ອງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະເຮັດວຽກຂອງ ທ່ານ ນາງ ລະເອມາ (ມາດາມ ລະເອມາ) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ການພົບປະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ເຊິ່ງທັງສອງຝ່າຍໄດ້ຮ່ວມກັນແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືທາງດ້ານການສຶກສາ, ການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການແລກປ່ຽນວັດທະນະທຳ ລວມເຖິງການພັດທະນາຊັບພະຍາກອນມະນຸດ ລະຫວ່າງ ມະຫາວິທະຍາໄລສະຫວັນນະເຂດ ແລະ ສະຖາບັນການສຶກສາຂອງ ສາທາລະນະລັດ ຝຣັ່ງ ໃນອະນາຄົດ.
ໃນຕອນທ້າຍຂອງການພົບປະ, ທ່ານ ຮສ.ປອ. ສິດທິໄຊ ໄຊຍະວົງ ແລະ ທ່ານ ນາງ ລະເອມາ ຍັງໄດ້ມອບຂອງທີ່ລະນຶກໃຫ້ແກ່ກັນ ແລະ ກັນ ພ້ອມທັງຖ່າຍຮູບຮ່ວມກັບຄະນະຜູ້ແທນທັງສອງຝ່າຍເພື່ອເປັນທີ່ລະນຶກ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ