ມະຫາວິທະຍາໄລສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະປຶກສາຫາລືທາງວິຊາການລະດັບສູງ ຮ່ວມກັບ ບັນດາພັນທະມິດສຳຄັນ ໄດ້ແກ່: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ (ສປ ຈີນ) ແລະ ບໍລິສັດ CGN Laos ເພື່ອເພີ່ມທະວີຄວາມຮ່ວມມືດ້ານການສຶກສາ, ການຄົ້ນຄວ້າວິໄຈ ແລະ ການເຊື່ອມໂຍງລະຫວ່າງມະຫາວິທະຍາໄລກັບພາກອຸດສາຫະກຳ.
ການປຶກສາຫາລືໃນຄັ້ງນີ້ ໄດ້ເນັ້ນໃສ່ການພັດທະນາຫຼັກສູດການຮຽນ-ການສອນຮ່ວມກັນ, ການສົ່ງເສີມການແລກປ່ຽນຄູ-ອາຈານ ແລະ ນັກສຶກສາ, ການຂະຫຍາຍໂອກາດການຮຽນຮູ້ທີ່ເຊື່ອມໂຍງກັບພາກອຸດສາຫະກຳ ຕະຫຼອດເຖິງການຊຸກຍູ້ການຄົ້ນຄວ້າວິໄຈດ້ານພະລັງງານສະອາດ, ການຄຸ້ມຄອງສິ່ງແວດລ້ອມ ແລະ ວິທະຍາສາດປະຍຸກ. ພ້ອມດຽວກັນນັ້ນ, ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ໂອກາດການຝຶກງານ ແລະ ການຮຽນຮູ້ໃນພື້ນທີ່ປະຕິບັດງານຕົວຈິງຢູ່ໂຄງການຂອງບໍລິສັດ CGN Laos ເພື່ອສ້າງຄວາມພ້ອມໃຫ້ກັບນັກສຶກສາໃນການຮັບມືກັບສິ່ງທ້າທາຍໃນໂລກຕົວຈິງ.
ການຮ່ວມມືໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການຂັບເຄື່ອນການສຶກສາດ້ວຍນະວັດຕະກຳ, ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາທີ່ຍືນຍົງຢູ່ ສປປ ລາວ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ