ໃນວັນທີ 30 ຕຸລາ 2026, ຄະນະພະນັກງານຈາກມະຫາວິທະຍາໄລສະຫວັນນະເຂດ (ມຂ) ນໍາໂດຍ ປອ. ສອນໄຊ ຣາຊພົນ, ປທ. ສົມໄຊ ເພັງສະຫວັນ, ປທ. ໄຊສົງຄາມ ທຸມສີທາ ແລະ ປທ. ສີສະຫວາດ ແກ້ວພິລາ ໄດ້ເລີ່ມຕົ້ນການເຄື່ອນໄຫວທັດສະນະສຶກສາ ທີ່ ສປ ຈີນ. ຄະນະໄດ້ຢ້ຽມຊົມ ສູນແລກປ່ຽນວັດທະນະທໍາອາຊຽນ Guangxi Mingdong ເພື່ອສຶກສາການເຊື່ອມຕໍ່ສາຍພົວພັນດ້ານວັດທະນະທໍາ ແລະ ການຄ້າໃນພາກພື້ນ. ຈາກນັ້ນ, ໄດ້ຢ້ຽມຢາມບໍລິສັດ Tianyuan Biochemistry ເພື່ອຮຽນຮູ້ການນໍາໃຊ້ເຕັກໂນໂລຊີ AI ໃນວຽກງານກະສິກໍາ ເຊັ່ນ: ການຜະລິດລົດຕັດອ້ອຍອັດສະລິຍະບໍ່ມີຄົນຂັບ, ການນໍາໃຊ້ໂດນ (Drone) ໃນການກະເສດ ລວມທັງການແປຮູບຜະລິດຕະພັນກະສິກໍາເປັນຊາ, ວາຍໝາກໄມ້, ເຄື່ອງສໍາອາງ ແລະ ຝຸ່ນຊີວະພາບ ເພື່ອນໍາມາເປັນບົດຮຽນໃນການພັດທະນາອຸດສາຫະກໍາປຸງແຕ່ງກະສິກໍາຂອງລາວ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ
ກວດແກ້ໂດຍ ວຽງທອງ ມັງໜໍເມກ