ໃນວັນທີ 31 ຕຸລາ 2026, ຄະນະພະນັກງານຈາກມະຫາວິທະຍາໄລສະຫວັນນະເຂດ ໄດ້ເດີນທາງໄປນະຄອນກຸ້ຍຫຼິນ (Guilin) ສປ ຈີນ ເພື່ອສຶກສາຕົວແບບການບໍລິຫານຈັດການການທ່ອງທ່ຽວແບບອະນຸລັກທໍາມະຊາດ ແລະ ສິ່ງແວດລ້ອມ (Green Tourism) ຢູ່ ແມ່ນໍ້າລີຈຽງ, ສູນສິລະປິນ Shili Gallery, ຫໍຄອຍຕາເວັນ ແລະ ຫໍຄອຍຈັນ. ການທັດສະນະສຶກສາຄັ້ງນີ້ໄດ້ເນັ້ນໃສ່ການປະສົມປະສານລະຫວ່າງການຮັກສາສິ່ງແວດລ້ອມ ກັບການສົ່ງເສີມມໍລະດົກທາງວັດທະນະທໍາເພື່ອສ້າງມູນຄ່າທາງເສດຖະກິດ ເຊິ່ງເປັນປະໂຫຍດຫຼາຍຕໍ່ການນໍາມາປະຍຸກໃຊ້ເຂົ້າໃນການສົ່ງເສີມປີທ່ອງທ່ຽວລາວ.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ
ກວດແກ້ໂດຍ: ວຽງທອງ ມັງໜໍ່ເມກ