ກັບຄືນໜ້າຫຼັກ

ຄະນະຜູ້ແທນ ມຂ ສຶກສາຕົວແບບການທ່ອງທ່ຽວສີຂຽວ ແລະ ການພັດທະນາແບບຍືນຍົງ ທີ່ນະຄອນກຸ້ຍຫຼິນ

16/11/2026 12:59 20 ຄັ້ງ
Cover Image
Post Content Image
Post Content Image

ໃນວັນທີ 31 ຕຸລາ 2026, ຄະນະພະນັກງານຈາກມະຫາວິທະຍາໄລສະຫວັນນະເຂດ ໄດ້ເດີນທາງໄປນະຄອນກຸ້ຍຫຼິນ (Guilin) ສປ ຈີນ ເພື່ອສຶກສາຕົວແບບການບໍລິຫານຈັດການການທ່ອງທ່ຽວແບບອະນຸລັກທໍາມະຊາດ ແລະ ສິ່ງແວດລ້ອມ (Green Tourism) ຢູ່ ແມ່ນໍ້າລີຈຽງ, ສູນສິລະປິນ Shili Gallery, ຫໍຄອຍຕາເວັນ ແລະ ຫໍຄອຍຈັນ. ການທັດສະນະສຶກສາຄັ້ງນີ້ໄດ້ເນັ້ນໃສ່ການປະສົມປະສານລະຫວ່າງການຮັກສາສິ່ງແວດລ້ອມ ກັບການສົ່ງເສີມມໍລະດົກທາງວັດທະນະທໍາເພື່ອສ້າງມູນຄ່າທາງເສດຖະກິດ ເຊິ່ງເປັນປະໂຫຍດຫຼາຍຕໍ່ການນໍາມາປະຍຸກໃຊ້ເຂົ້າໃນການສົ່ງເສີມປີທ່ອງທ່ຽວລາວ.

ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ

ກວດແກ້ໂດຍ: ວຽງທອງ ມັງໜໍ່ເມກ


ຂ່າວສານອື່ນໆ ທີ່ກ່ຽວຂ້ອງ