ກັບຄືນໜ້າຫຼັກ

ຄະນະຜູ້ແທນ ມຂ ຢ້ຽມຊົມອຸດສາຫະກໍາປຸງແຕ່ງອາຫານ, ຍານຍົນໄຟຟ້າ ແລະ ສວນອຸດສາຫະກໍາຄົບວົງຈອນ

16/11/2026 15:10 19 ຄັ້ງ
Cover Image
Post Content Image
Post Content Image
Post Content Image
Post Content Image

ໃນວັນທີ 2 ພະຈິກ 2026, ຄະນະຜູ້ແທນຈາກມະຫາວິທະຍາໄລສະຫວັນນະເຂດ ໄດ້ລົງພື້ນທີ່ສຶກສາຂະບວນການຜະລິດທີ່ທັນສະໄໝໃນ 3 ຂະແໜງການຫຼັກ ຄື:

1. ດ້ານອາຫານ: ຢ້ຽມຊົມບໍລິສັດ Hugui Food ແລະ Luobawang ເພື່ອເບິ່ງການຍົກລະດັບອາຫານພື້ນເມືອງ (ເສັ້ນເຂົ້າປຸ້ນຫອຍ) ສູ່ອຸດສາຫະກໍາສົ່ງອອກຂະໜາດໃຫຍ່ດ້ວຍລະບົບອັດຕະໂນມັດ.

2. ດ້ານຍານຍົນ: ຢ້ຽມຊົມ Dongfeng Liuzhou Motor ເພື່ອສຶກສາການຜະລິດລົດຍົນພະລັງງານໄຟຟ້າ (EV) ແລະ ເຕັກໂນໂລຊີອັດສະລິຍະ.

3. ດ້ານກະສິກໍາຄົບວົງຈອນ: ຢ້ຽມຊົມ ສວນອຸດສາຫະກໍາດອກມະລິ ກວາງຊີ ຈົງເກືອ (Guangxi Zhongjian Jasmine Industrial Park) ເພື່ອຮຽນຮູ້ການສ້າງມູນຄ່າເພີ່ມຈາກພືດກະສິກໍາຊະນິດດຽວໃຫ້ກາຍເປັນສວນອຸດສາຫະກໍາທ່ອງທ່ຽວ ແລະ ປຸງແຕ່ງແບບຄົບວົງຈອນ.

ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ

ກວດແກ້ໂດຍ: ວຽງທອງ ມັງໜໍ່ເມກ


ຂ່າວສານອື່ນໆ ທີ່ກ່ຽວຂ້ອງ