ໃນລະຫວ່າງວັນທີ 3-4 ພະຈິກ 2026, ຄະນະຜູ້ແທນຈາກມະຫາວິທະຍາໄລສະຫວັນນະເຂດ ໄດ້ສືບຕໍ່ຢ້ຽມຊົມໂຄງການໂຄງລ່າງພື້ນຖານຂະໜາດໃຫຍ່ ຄື ໂຄງການອ່າງແມ່ນໍ້າພິງລູ່ (Pinglu Canal Madao Hub) ເພື່ອສຶກສາການເຊື່ອມໂຍງ Logistics ລະຫວ່າງທາງບົກ, ທາງນໍ້າ ແລະ ທ່າເຮືອ ເຊິ່ງສອດຄ່ອງກັບຍຸດທະສາດຂອງລາວໃນການຫັນປ່ຽນຈາກ "Land-locked" ເປັນ "Land-linked". ຈາກນັ້ນ, ໄດ້ຢ້ຽມຊົມ ທ່າເຮືອຕູ້ຄອນເທນເນີອັດຕະໂນມັດ ຊິນໂຈວ (Qinzhou) ໃນເຄືອ Beibu Gulf Port ເຊິ່ງໃຊ້ AI ແລະ ລະບົບອັດຕະໂນມັດເຕັມຮູບແບບ ເພື່ອຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຄວາມວ່ອງໄວໃນການຂົນສົ່ງສິນຄ້າລະຫວ່າງປະເທດ ເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ ສູ່ທະເລ. ຫຼັງຈາກສໍາເລັດພາລະກິດ, ຄະນະໄດ້ເດີນທາງກັບຄືນສູ່ນະຄອນຫຼວງວຽງຈັນ ດ້ວຍຄວາມສະຫວັດດີພາບ ໃນວັນທີ 5 ພະຈິກ 2026.
ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ
ກວດແກ້ໂດຍ: ວຽງທອງ ມັງໜໍ່ເມກ